ອັດຕາເງິນເຟີ້ (Inflation)ຂອງລາວຕິດອັນດັບທີ່ 6 ຂອງໂລກ
Economy | ທ່ານ Steve H. Hanke ສາດສະດາຈານ ດ້ານເສດຖະສາດປະຍຸກ ຜູ້ກໍ່ຕັ້ງ ແລະ ຜູ້ຮ່ວມການຂອງ ສະຖາບັນເສດຖະກິດໂລກ, ສຸກຂະພາບ ແລະ study of Business Enterprise at the Johns Hopkins University in Baltimore ໃຫ້ຮູ້ວ່າ:
ການຈັດອັນດັບຂອງອັດຕາເງິນເຟີ້ທົ່ວໂລກ ເຊິ່ງມີທັງໝົດ 15 ປະເທດ ເຊິ່ງໃນນັ້ນລວມມີ ສປປ ລາວ ຢູ່ນຳ ອັດຕາເງິນເຟີ້ນີ້ ແມ່ນໄລ່ຈາກເປີເຊັນອັດຕາເງິນເຟີ້ແບບກະໂດດຂັ້ນ ເຊິ່ງເປັນເລື່ອງໜ້າຕົກໃຈຫຼາຍທີ່ປະເທດລາວເຮົາຕິດ 1 ໃນ 10 ຂອງປະເທດທີ່ເປີເຊັນເງິນເຟີ້ສູງສຸດ ຢູ່ອັນດັບທີ 6 ຂອງໂລກ ເຊິ່ງຮອງຈາກ 5 ປະເທດຄື:
1.Zimbabewe ຊິມບັບເວ
2.Labanon ເລບານອນ
3.Sri Lanka ສີລັງກາ
4.Turkey ຕຸລະກີ
5.Venezuela ເວເນຊູເອລາ
6.Laos ລາວ
