My Content: ເລື່ອງລາວ ຂອງ ທ່ານ ສີ ຈິ້ນຜິງ สี จิ้นผิง xi jinping習近平
แสดงบทความที่มีป้ายกำกับ ເລື່ອງລາວ ຂອງ ທ່ານ ສີ ຈິ້ນຜິງ สี จิ้นผิง xi jinping習近平 แสดงบทความทั้งหมด
แสดงบทความที่มีป้ายกำกับ ເລື່ອງລາວ ຂອງ ທ່ານ ສີ ຈິ້ນຜິງ สี จิ้นผิง xi jinping習近平 แสดงบทความทั้งหมด

วันศุกร์ที่ 4 กรกฎาคม พ.ศ. 2568

ເລື່ອງລາວຂອງ ທ່ານ ສີ ຈິ້ນຜິງ สี จิ้นผิง xi jinping習近平

ເລື່ອງລາວ ຂອງ ທ່ານ ສີ ຈິ້ນຜິງ สี จิ้นผิง 
xi jinping習近平


ກ່ຽວກັບການຮ້ອງຂໍເຂົ້າເປັນສະມາຊິກພັກ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ປີ​ນີ້ ​ເປັນ​ປີ ​ທີ່​ພັກ​ກອມ​ມູ​ນິດ​ຈີນ ​ສ້າງ​ຕັ້​ງ​ຂຶ້ນ​ ຄົບ​ຮອບ 104 ປີ (ວັນ​ທີ 1 ກໍ​ລະ​ກົດ​1921- ວັນ​ທີ 1 ກໍ​ລະ​ກົດ2025) ຢູ່​ໃນຫໍວາງສະແດງ ປະຫວັດສາດ ພັກກອມມູນິດຈີນ ທີ່ນະຄອນຫລວງປັກກິ່ງ ມີ​ວັດ​ຖຸ​ພັນ​ອັນ​ໜຶ່ງ ​ທີ່​ມີ​ຄວາມ​ໝາຍພິ​ເສດ ​ຄື ເອ​ກະ​ສານ​ ກ່ຽວ​ກັບ ​ຄະ​ນະ​ກຳ​ມະ​ການ ​ປະ​ຕິ​ວັດ ​ສະ​ຫ​ະ​ກອນ​ ເວີນ​ອ່ານ​ຢີ້​ເມືອງ​ຢຽນ​ຊວນ ​ແຂວງ​ສ້ານ​ຊີ​ຈີນ​ ອະ​ນຸ​ມັດ ​ທ່ານ ​ສີ​ ຈິ້ນ​ຜິງ ​ເຂົ້າ​ເປັນ​ສະ​ມ​າ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ​ຢ່າງ​ເປັນ​ທາງ​ການ ໂດຍລົງ​ວັນ​ທີ 10 ມັງ​ກອນ 1974. ປີ1969, ທ່ານ​ ສີ​ ຈິ້ນ​ຜິງ​ ທີ່​ມີ​ອາ​ຍຸ ​ບໍ່​ຮອດ16ປີ ໄດ້​ເດີນ​ທາງ​ໄປ​ລົງ​ພື້ນ​ຖານ ​ຢູ່​ບ້ານ​ຫລ​ຽງ​ເຈ່ຍ​ເຫີ ເມືອງຢ​ຽນ​ຊວນ ແຂວງ​ສ້ານ​ຊີ ທີ່​ຕັ້ງ​ຢູ່​​ພູ​ພຽງ​ດິນ​ເຫຼືອງ, ໃນ​ໄລ​ຍະ​ໃຊ້​ຊີ​ວິດ ​ເປັນ​ຊາວ​ກະ​ສິ​ກອນ ​ຢູ່​ບ້ານ​ດັ່ງ​ກ່າວ, ເພິ່ນ​ມີ​ຄວາມ​ຫ້າວ​ຫັ້ນ ​ພັດ​ທະ​ນາ​ຕົນ​ເອງ ​ໃນ​ດ້ານ​ແນວ​ຄິດ, ສະ​ແຫວງ​ຫາ​ ຄວາມ​ກ້​າວ​ໜ້າ ​ຢ່າງ​ໝົດ​ຈິດ​ໝົດ​ໃຈ, ພ້ອມ​ທັງ​ ໄດ້​ຍື່ນ​ໃບ​ຄຳ​ຮອງ ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ ຕໍ່​ການ​ຈັດ​ຕັ້ງ​ພັກຫລາຍ​ເທື່ອ. ແຕ່​ວ່າ​ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ສະ​ພາບ​ແວດ​ລ້ອມ ​ດ້ານ​ການ​ເມືອງ​ອັນ​ສັບ​ສົນ ​ແລະ ​ປັດ​ໄຈ​ສະ​ຖາ​ນະ​ພາບ​ ດ້ານ​ຄອບ​ຄົວ ​ໃນ​ເວ​ລາ​ນັ້ນ, ຂະ​ບວນ​ການ ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ຂອງ​ທ່ານ ​ສີ ​ຈິ້ນ​ຜິງ​ ແມ່ນ​ເຕັມ​ໄປ​ດ້ວຍ ​ອຸ​ປະ​ສັກ​ຕ່າງໆ​ນາໆ, ແຕ່​ເພິ່ນ​ບໍ່​ເຄີຍ​ປະ​ຖິ້ມ ​ຈັກ​ເທື່ອ. ໃນ​ທີ່​ສຸດ, ໃນ​ເດືອນ​ມັງ​ກອນ​ປີ1974, ພາຍ​ຫລັງ ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ 10 ສະ​ບັບ​ ຕາມ​ລຳ​ດັບ​ແລ້ວ, ຄະ​ນະ​ພັກ​ສະ​ຫະ​ກອນເວີນ​ອ່ານ​ຢີ້​ເມືອງ​ຢຽນ​ຊວນ​ໄດ້​ອະ​ນຸ​ມັດ​ຮັບ​ຮອງ​ເອົາ ​ທ່ານ​ ສີ ​ຈິ້ນ​ຜິງ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ. ເດືອນ​ດຽວ​ກັນ, ທ່ານ​ ສີ ​ຈິ້ນ​ຜິງ​ ທີ່​ມີ​ອາ​ຍຸ20ປີ​ປາຍ​ໄດ້​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ຫລຽງ​ເຈ່ຍ​ເຫີ. ພາຍ​ຫລັງ ​ຂຶ້ນ​ເປັນ​ເລ​ຂາ​ໜ່ວຍ​ພັກ ​ບ້ານ​ຫລຽງ​ເຈ່ຍ​ເຫີແລ້ວ, ທ່ານ ​ສີ ​ຈິ້ນ​ຜິງ​ ໄດ້​ນຳ​ພາ ​ສ້າງ​ສາ​ບ້ານ​ດັ່ງ​ກ່າວ​ ໃຫ້​ມີ​​ໜ້າ​ໃໝ່. ພາຍ​ໃນ​ເວ​ລາ​ບໍ່​ຮອດສອງ​ປີ, ນອກ​ຈາກ​ພັດ​ທະ​ນາ ​ແກັ​ສ​ຊີ​ວະ​ພາບ, ຂຸດ​ນ້ຳ​ສ້າງ​ແລ້ວ, ເພິ່ນ​ຍັງ​ໄດ້​ນຳ​ພາ​ຊາວ​ບ້ານ​ສ້າງ​ສະ​ຫະ​ກອນ​ຕີ​ເຫລັກ, ສະ​ຫະ​ກອນ​ຕັດ​ຫຍິບ, ເປີດ​ຮ້ານຄ້າ​ຕົວ​ແທນ​ຈຳ​ໜ່າຍ​ທີ່​ລັດ​ເປັນ​ຜູ້​ຄຸ້ມ​ຄອງ, ສ້າງເຂື່ອນກັ້ນດິນເພື່ອປູກຝັງແລະ​ອື່ນໆ. ທ່ານ ​ອູ​ຫຸ່ຍ ຊາວ​ບ້ານ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ ໃຫ້​ຮູ້​ວ່າ: “ຫຼັງ​ຈາກ​ ຈິ້ນ​ຜິງ ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ແລ້ວ, ເພິ່ນ​ໄດ້​ເຮັດ​ໃຫ້​ວຽກ​ຕົວ​ຈິງ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ບ້ານ, ຕອນ​ນັ້ນ ເພິ່ນ​ໄດ້​ນຳ​ພາ​ຊາວ​ບ້ານ​ເຮັດ​ໃນ​ຫລາຍ​ສິ່ງ​ ຫລາຍ​ຢ່າງ ຈົນ​ມາ​ເຖິງ​ທຸກ​ມື້​ນີ້ ເວ​ລາ​ຜ່ານ​ໄປ 40ກວ່າ​ປີ​ແລ້ວ,ຍັງ​ເສີມ​ຂະ​ຫຍາຍ ​ບົດ​ບາດ ​ນຳ​ຜົນ​ປະ​ໂຫຍດ ​ມາ​ໃຫ້​ຊາວ​ບ້ານ​ຢູ່​ຄື​ເກົ່າ. ຖ້າ​ວ່າ ທ່ານ ສີ ຈິ້ນ​ຜິງ ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ​ໃນ​ການຕັ້ງ​ຫລັກ​ປັກ​ຖານ​ຢູ່​ຊົນ​ນະ​ບົດ, ບໍ່​ມີ​ອຸ​ດົມ​ການ​ເຮັດ​ວຽກ​ ທີ່​ເປັນ​ປະ​ໂຫຍດ ​ຕໍ່​ປະ​ຊາ​ຊົນ, ມັນ​ບໍ່​ອາດ​ເປັນ​ໄປ​ໄດ້ ​ທີ່​ຈະ​ເຮັດ​ໄດ້​ສິ່ງ​ທີ່​ດີ​ຫລາຍ​ປານ​ນັ້ນ ແລະ ​ບໍ່​ອາດ​ຈະ​ຢູ່​ຊົນ​ນະ​ບົດ ​ໄດ້​ດົນ​ປານ​ນັ້ນ.”ເນື້ອ​ໃນບາງ​ຕອນ​ ຂອງ​ບົດ​ຫວນ​ຄືນ​ຫລັງ ​ຂອງ ​ທ່ານ ​ສີ ​ຈິ້ນ​ຜິງ ທີ່​ມີ​ຫົວ​ຂໍ້​ວ່າ “​ຂ້າ​ພະ​ເຈົ້າ​ເປັນ​ລູກ​ຂອງ​ເຂດ​​ພູ​ພຽງ​ດິນ​ເຫລືອງ” ​​ໄດ້​ເລົ່າ​ເຖິງປະ​ສົບ​ການ​ດັ່ງ​ກ່າວ​ເປັນ​ການ​ສະ​ເພາະ ພ້ອມ​ທັງ​ໄດ້​ຂຽນ​ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ວ່າ: “​ຮັກ​ປະ​ຊາ​ຊົນ​ຄື​ກັບ​ຮັກ​ພໍ່​ແມ່​ຂອງ​ຕົນ​”.ວັນ​ທີ 13 ກຸມ​ພາ 2015, ກ່ອນ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ກັບ​ເມືອ​ຮອດ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ເພື່ອ​ຢາມ​ພີ່​ນ້ອງ​ປະ​ຊາ​ຊົນ ​​ຢູ່​ສະ​ຖານ​ທີ່​ແຫ່ງ​ນັ້ນ. ເພິ່ນ​ໄດ້​ຫວນ​ຄືນ​​ຫຼັງວັນ​ເວ​ລາ​ລົງ​ຮາກ​ຖານ ​ຢູ່​ບ້ານ​ແຫ່ງ​ນີ້ ​ໃນ​ຖາ​ນະ​ເປັນ​ໄວ​ໜຸ່ມ ​ປັນ​ຍາ​ຊົນ​ເປັນ​ເວ​ລາ 7 ປີ​ຢ່າງ​ດູດ​ດື່ມ ​ແລະເວົ້າ​ດ້ວຍ​ຄວາມ​ປະ​ທັບ​ໃຈ​​ວ່າ: “ບາດ​ກ້າວ​ທຳ​ອິດ​ໃນ​ຊີ​ວິດ ​ຂ້າ​ພະ​ເຈົ້າ ​ກໍ​ແມ່ນ​ເລີ່ມ​ຈາກ​ບ້ານ​ຫລຽງ​ເຈ່ຍ​ເຫີ​​ ຂອງພວກ​ເຮົາ, ​ໄດ້​ເລືອກ​ເສັ້ນ​ທາງ​ຂອງ​ຕົນ​ຢູ່ທີ່​ແຫ່ງ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ຕັ້ງ​ແຕ່​ຕອນ​ນັ້ນ​ວ່າ: ໃນ​ຕໍ່​ໜ້າ, ຫາກ​ມີ​ເງື່ອນ​ໄຂ​ມີໂອ​ກາດ, ຂ້າ​ພະ​ເຈົ້າ​ຕ້ອງລົງ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​,ຕ້ອງ​ເຮັດ​ວຽກ​ຈຳ​ນວນ​ໜຶ່ງ​ເພື່ອຜົນປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.​” ຖື​ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ທຸກ​ຢ່າງ, ​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຢ່າງ​ໝັ້ນ​ໜຽວ ​ບໍ່​ປ່ຽນ​ແປງ. ຈາກ​ທ້ອງ​ຖິ່ນ​ຮອດ​ສູນ​ກາງ, ຈາກ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ ຮອດ​ການ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ທ່ານ ​ສີ ​ຈິ້ນ​ຜິງ​ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ ຕາມ​ອຸ​ດົມ​ການ ​ແຕ່​ຫົວ​ທີ​ ແລະ​​ ຄຳ​ໝັ້ນ​ສັນ​ຍາ​ຄື ເຮັດ​ໃຫ້​ປະ​ຊາ​ຊົນ​ ມີ​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ນັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ