My Content: ພຣະທາດໂຜ່ນ

วันพฤหัสบดีที่ 7 สิงหาคม พ.ศ. 2568

ພຣະທາດໂຜ່ນ

ພຣະທາດໂຜ່ນ
ເປັນພະທາດທີ່ເກົ່າແກ່ມີອາຍຸປະມານ 2.500ປີ ພະທາດໂຜ່ນ ຫຼື ເຈົ້າແທ່ນຄໍາເຫຼືອງ ຕາມຕຳນານໄດ້ກ່າວໄວ້ວ່າ: ພະທາດອົງນີ້ສ້າງຂຶ້ນໃນຕອນຄ່ຳຂອງວັນພຸດເດືອນ 12 ພສ 236. ສ້າງດ້ວຍຫີນເຂົ້າຈີ່ ຫຼື ເອີ້ນວ່າ (ຫີນໜາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວ້ຳ) ກວ້າງດ້ານລະ 12 ວາສ້າງມື້ໜຶ່ງກັບຄືນໜຶ່ງກໍສຳເລັດ, ໂດຍມີສົມເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ ແລະ ເພີ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດນີ້ຂຶ້ນ 15 ຄໍ່າ ເດືອນສາມ ( ເດືອນສາມເພັງ ) ຂອງທຸກໆປີ.


ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳອັນລ້ຳຄ່າ ແລະ ເປັນປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດຳບັນ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງ ແຂວງສະຫວັນນະເຂດ. ເຊື່ອກັນວ່າໃຜທີ່ມາຂໍພອນແລະບົນບະ ກໍຈະມັກຈະໄດ້ດັ່ງຄວາມມຸ່ງມາດປາຖະຫນາຢ່າງອັດສະຈັນ ແຕ່ລະມື້ກໍຈະມີທັງຄົນລາວແລະຄົນໄທມາກາບໄຫວ້ຂໍພອນ ຖືວ່າເປັນພະທາດທີ່ສັກສິດແລະມີປະຫວັດຄວາມເປັນມາອັນຍາວນານ.


ພຣະທາດໂຜ່ນ: ຕັ້ງຢູ່ວັດເຈຕິຍາຣາມ ບ້ານໂພນທາດ, ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊພູທອງປະມານ 22 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ຫ່າງຈາກເທດສະບານນະຄອນໄກສອນພົມວິຫານ ປະມານ 65 ກິໂລແມັດ.
#ເຊີນທ່ຽວແຂວງສະຫວັນນະເຂດ
#ລາວທ່ຽວລາວ
#ເມືອງໄຊພູທອງ
#ພະທາດໂຜ່ນ



ไม่มีความคิดเห็น:

แสดงความคิดเห็น