My Content: ຄວາມກົດອາກາດຕ່ຳ ຝົນຍັງຄົງປົກຄຸມທົ່ວທຸກພາກຂອງລາວ
แสดงบทความที่มีป้ายกำกับ ຄວາມກົດອາກາດຕ່ຳ ຝົນຍັງຄົງປົກຄຸມທົ່ວທຸກພາກຂອງລາວ แสดงบทความทั้งหมด
แสดงบทความที่มีป้ายกำกับ ຄວາມກົດອາກາດຕ່ຳ ຝົນຍັງຄົງປົກຄຸມທົ່ວທຸກພາກຂອງລາວ แสดงบทความทั้งหมด

วันอาทิตย์ที่ 27 กรกฎาคม พ.ศ. 2568

ຄວາມກົດອາກາດຕ່ຳ ຝົນຍັງຄົງປົກຄຸມທົ່ວທຸກພາກຂອງລາວ

🌧️ ຄວາມກົດດັນອາກາດຕໍ່າ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ
ດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ສໍາຫຼັບ ສະພາບລະດັບນໍ້າ ນໍ້າຂອງ, ເຊບັ້ງໄຟ ແລະ ເຊຈຳພອນ ແມ່ນລະດັບນໍ້າຈະມີທ່າອ່ຽງສູງຂື້ນຕື່ມອີກ ໃນໄລຍະ ວັນທີ 1 ຫາ 2 ວັນຕໍ່ໜ້າ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ໃກ້ ແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າລຽບຕາມ ແມ່ນໍ້າຂອງ ໂດຍສະເພາະ ແຂວງຫຼວງພະບາງ, ແມ່ນໍ້າເຊບັ້ງໄຟ ແລະ ເຊຈຳພອນ, ຈົ່ງມີ ສະຕິລະວັງ ຕໍ່ສະພາບຝົນຕົກຕໍ່ເນື່ອງຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍິ່ງ, ນໍ້າຖ້ວມຂັງ ໃນໄລຍະ 1 ຫາ 2 ວັນຕໍ່ໜ້າ, ດັ່ງນັ້ນໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 28/07/2025 ຫາ ເວລາ 07ໂມງ ຂອງວັນທີ 29/07/2025

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງ ພາກ. ອຸນຫະພູມໃນລະຫວ່າງ 18 - 28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 30 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 25 – 30 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານ ກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 75% ຂອງພາກ. ອຸນຫະພູມໃນລະຫວ່າງ 23-30 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ອຸນຫະພູມໃນລະຫວ່າງ 20-27 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 23 - 31 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 14-24 ອົງສາ.