ຂ້າພະເຈົ້າຂໍອະໂຫສິກັມ ກັມໃດທີ່ໄດ້ເຮັດໄດ້ທຳແກ່ຜູ້ໃດຊາດໃດໆກໍ່ຕາມ ຂໍໃຫ້ເຈົ້າກັມນາຍເວນ ຈົ່ງອະໂຫສິກັມໃຫ້ແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກັມເຊີ່ງກັນແລະກັນຕໍ່ໄປເລີຍ.
ແມ້ນແຕ່ກັມທີ່ຜູ້ໃດໄດ້ເຮັດ ແລະ ຈະເຮັດໃຫ້ແກ່ຂ້າພະເຈົ້າກໍ່ຕາມ ຂ້າພະເຈົ້າຂໍອະໂຫສິກັມໃຫ້ທັງໝົດສິ້ນ ຍົກຖວາຍພຣະພຸດທະເຈົ້າເປັນອະໄພທານເພື່ອຈະໄດ້ບໍ່ມີເວນກັມຕໍ່ກັນຕໍ່ໄປ.
ດ້ວຍອະນິສົງແຫ່ງອະໄພທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ບຸດຫຼານ ຕະຫຼອດຮອດວົງສາຄະນາຍາດ ແລະ ຜູ້ອຸປະລະຄຸນຂອງຂ້າພະເຈົ້າ ມີຄວາມສຸກ ຄວາມຈະເລີນ ປະຕິບັດແຕ່ສີ່ງທີ່ດີແລະ ສີ່ງທີຊອບດ້ວຍເທີ້ນ.
==================================