ບຸນຫ່ໍເຂົ້າປະດັບດິນ ປີນີ້ແມ່ນ
📍ວັນສຸກ 22.8.2025 ແຮມ13ຄ່ຳເດືອນ9ດັບ
ປີ ພ.ສ 2568
📍ວັນເສົາ 23.8.2025 ເປັນມື້ໃສ່ບາດ ແຮມ14ຄ່ຳ ເດືອນ9ດັບ ປີ ພ.ສ 2568
ວ່າດ້ວຍບຸນຫໍ່ເຂົ້າປະດັບດິນ:
📍ວັນສຸກ 22.8.2025 ແຮມ13ຄ່ຳເດືອນ9ດັບ
ປີ ພ.ສ 2568
📍ວັນເສົາ 23.8.2025 ເປັນມື້ໃສ່ບາດ ແຮມ14ຄ່ຳ ເດືອນ9ດັບ ປີ ພ.ສ 2568
ວ່າດ້ວຍບຸນຫໍ່ເຂົ້າປະດັບດິນ:
1. ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ...
2. ເປັນເທດສະການເຮັດພາເຂົ້າ ອຸທິດຫາບັນພະບຸລຸດ...
3. ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະບໍ່ມີຍາດ (ເຮັດບຸນໃຫ້ຜີເຜດ ຫລື ຜີບໍລິສາດ) ແລະ ອື່ນໆ..., ຫໍ່ເຂົ້າປະດັບດິນ ຄວນຫໍ່ໃສ່ໃບຕອງ ໃບບົວ ຫລື ໃບໄມ້ປະເພດຕ່າງໆ ບໍ່ຄວນໃສ່ກ່ອງໂຟມ ຫລື ຖົງຢາງ, ໃນຫໍ່ເຂົ້ານັ້ນມີ ເຂົ້າສຸກ ຊີ້ນແຫ້ງ ປາຕາຍ ຄາວ ຫວານ ໝາກໄມ້ປະເພດຕ່າງໆ ຕາມແຕ່ຈະຊອກມາຫາໄດ້... ເອົາໄປບູຊາຕອນເຊົ້າກ່ອນຕາເວັນຂຶ້ນ ມື້ແຮມ14 ຄໍ່າ ເດືອນ9 ຫລື ເດືອນ9ດັບ ຫລັງຈາກເຈົ້າຫົວ ຫຼື ພຣະສົງຕີກອງຮຸ່ງ(ກອງເດິກ)ແລ້ວ ຢາຍບູຊາ ຫລື ຢ່າໄປຢາຍເດິກຫລາຍມັນຈະບໍ່ເໝາະສົມ ຖືເອົາຊ່ວງເວລາປະມານ 04:00-06:00ນ. ໂດຍບໍ່ຕ້ອງເຄນໃຫ້ພຣະສົງກ່ອນ ເອົາໄປຢາຍບູຊາໂລດ ສະຖານທີ່ບູຊາມີ ໜ້າບ້ານຕົນເອງ ຕາມກຳແພງວັດ ຫົວໄຮ່ ປາຍນາ... ວາງລົງກັບພື້ນດິນ ໄຕ້ທູບທຽນບູຊາ ຢາດນໍ້າ ຫລື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ: ຂ້າພະເຈົ້າຊື່.... ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພຣະແມ່ທໍລະນີ, ຍາດພີ່ນ້ອງຊື່.... ຕລອດເຖິງຜີບໍລິສາດທີ່ມີຍາດ ແລະ ບໍ່ມີຍາດ ໃຫ້ມາຮັບ... ໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ໄປເກີດທີ່ດີເຖິງສຸກ...ຖືວ່າຈົບພິທີ, ແຈ້ງຕາມາເຊົ້າ ຈິ່ງເວນພາເຂົ້າ ແລະ ຕັກບາດ ຢາດນໍ້າ ຫາບັນພະບຸລຸດ ຕາມຮີດປະເພນີ ອີກເທື່ອນຶ່ງ...
Cr:ພາບ
