My Content: ປະຫວັດຄວາມເປັນມາຂອງທາດກູ ່ (ກູຫີນ) History of That Kou
แสดงบทความที่มีป้ายกำกับ ປະຫວັດຄວາມເປັນມາຂອງທາດກູ ່ (ກູຫີນ) History of That Kou แสดงบทความทั้งหมด
แสดงบทความที่มีป้ายกำกับ ປະຫວັດຄວາມເປັນມາຂອງທາດກູ ່ (ກູຫີນ) History of That Kou แสดงบทความทั้งหมด

วันพุธที่ 30 กรกฎาคม พ.ศ. 2568

ປະຫວັດຄວາມເປັນມາຂອງທາດກູ ່ (ກູຫີນ) History of That Kou

ປະຫວັດຄວາມເປັນມາຂອງທາດກູ ່ (ກູຫີນ) History of That Kou


ທາດກູຫລື ກູຫີນແມ່ນເປັນຫນຶ່ງໃນຫລາຍອາຄານທີ່ຖືກສ້າງຂຶ້ນຊ່ວງໄລຍະ ອັງກໍວັດ ສະໄຫມອານາຈັກຂອມເຣື່ອງອໍານາດ. ເຊິ່ງໃນນັ້ນສິ່ງທີ່ໂດດເດັ່ນ ກ່ວາຫມູ່ແມ່ນປາສາດຫີນ ວັດພູຈຳປາສັກ ແລະ ນອກຈາກນັ້ນກໍ່ຍັງມີເຮືອນຫີນ ທີ່ມີລັກສະນາການກໍ່ສ້າງຄ້າຍຄືກັນ ເຊິ່ງຕັ້ງຢູ່ທາງທິດໄຕ້ຂອງແຂວງສະຫວັນນະເຂດ ປະມານ 50km.

 ສະຖານທີ່ສັກສິດແຫ່ງນີ້ສັນນິຖານວ່າ ສ້າງຂຶ້ນໃນຕົ້ນສັດຕະວັດທີສອງ ດ້ວຍຫີນລາວາ, ເຊິ່ງເຄີຍ ເປັນບ່ອນທໍາພິທີຂອງສາສະຫນາຮີນດູ ແລະ ຖືກແບ່ງອອກເປັນ 3 ຫ້ອງດ້ວຍກັນເພື່ອບູຊາເທບ ພະເຈົ້າໃນແຕ່ລະອົງໃນສາສະຫນາຮິນດູເຊັ່ນ: ຫ້ອງທີ 1 ແມ່ນບູຊາພະພົມ ຜູ້ທີ່ສ້າງໂລກ, ຫ້ອງ ທີ 2 ບູຊາເຈົ້າຊີວະເທບຜູ້ທໍາລາຍໂລກ ແລະ ຫ້ອງທີ 3 ແມ່ນບູຊາພະເຈົ້າວິສະນຸ ຜູ້ທີ່ຄຸ້ມຄອໂລກໃຫ້ພົ້ນຈາກໄພພິບັດ, ນອກຈາກນີ້, ສະຖານທີ່ດັ່ງກ່າວຍັງເຄີຍເປັນສູນບັນຊາການດ້ານການ ເມືອງ, ການປົກຄອງ, ເສດຖະກິດ ແລະ ການທະຫານອີກດ້ວຍ.

ໃນປີ 1353, ພະເຈົ້າ ຟ້າງຸ່ມ ຜູ້ກໍ່ຕັ້ງ ແລະ ເປັນກະສັດອົງທຳອິດຂອງລາວສະໄຫມອານາຈັກລາວ ລ້ານຊ້າງໂຫມຂາວ ຫລື “ອານາຈັກລາວລ້ານຊ້າງ”. ພະອົງໄດ້ປະຕິສັງຂອນທາດກູໃຫ້ເປັນທີ່ກຣາບ ໄຫວ ຂອງສາສະຫນາພຸດນິກາຍເຖລະວາດ ດ້ວຍເຫດນີ້, ທາດກູ ແລະ ສາສະຫນາໃນສະຖານ ອື່ນອີກຫລາຍແຫ່ງຈຶ່ງກາຍມາເປັນທີ່ກຣາບໄຫວ້ຂອງສາສະຫນາພຸດ.

ຕໍ່ມາ, ໃນປີ 1960 ມີຄູບາອົງຫນຶ່ງຊື່ວ່າ ຍາພໍ່ທອນຈາກບ້ານສີທອງ ໄດ້ນໍາພາອອກຕົນຍາດໂຍມ ຕັ້ງວັດປ່າ ເຊິ່ງປະກອບມີ ຫໍແຈກ, ກຸດຕິ ແລະ ຫນອງສະ ແລະ ສະຖານທີ່ດັ່ງກ່າວແມ່ນຖືກຮັບຮອເປັນສະຖານທີ່ວັດທະນະທໍາອີກຫນຶ່ງແຫ່ງຂອງເມືອງຈຳພອນໃນປີ 2014.