My Content: ພິທີຕ້ອນຮັບຂະບວນແຫ່ ອັດທິທາດ ອົງພະຍອດແກ້ວ ມະຫາງອນ ດໍາຣົງບຸນ
แสดงบทความที่มีป้ายกำกับ ພິທີຕ້ອນຮັບຂະບວນແຫ່ ອັດທິທາດ ອົງພະຍອດແກ້ວ ມະຫາງອນ ດໍາຣົງບຸນ แสดงบทความทั้งหมด
แสดงบทความที่มีป้ายกำกับ ພິທີຕ້ອນຮັບຂະບວນແຫ່ ອັດທິທາດ ອົງພະຍອດແກ້ວ ມະຫາງອນ ດໍາຣົງບຸນ แสดงบทความทั้งหมด

วันเสาร์ที่ 7 พฤษภาคม พ.ศ. 2565

ພິທີຕ້ອນຮັບຂະບວນແຫ່ ອັດທິທາດ ອົງພະຍອດແກ້ວ ມະຫາງອນ ດໍາຣົງບຸນ

ພິທີຕ້ອນຮັບຂະບວນແຫ່ ອັດທິທາດ ອົງພະຍອດແກ້ວ ມະຫາງອນ ດໍາຣົງບຸນ ມະຫາ​ ເຖຣະເຈົ້າ​ ອະດີດປະທານ ສູນກາງ​ ອພສ​ ລາວ​ ອົງທີ​ 5​ ທີ່ເດີນທາງຈາກນະຄອນຫລວງ ວຽງຈັນ​ເພື່ອ ໄປປະດິດສະຖານ ໄວ້​ຢູ່ທີ່​ວັດ ໃຫຍ່​ ໄຊຍະພູມມາຣາມ.​ ໂດຍໄດ້ເດີນທາງມາຮອດເມືອງໄຊບູລີ ໃນເວລາ 13:30 ນາທີ​ຂ​ອງວັນທີ 7​ ພຶດສະພາ​2022​ ຢູ່ຕໍ່ໜ້າຫ້ອງວ່າການປົກຄອງ ເມືອງໄຊບູລີ​ ແຂວງສະຫັວນນະເຂດ.​ ນໍາພາຂະບວນ ຕ້ອນຮັບ​ ໂດຍທ່ານ​ ອອ່ນ​ລໍາພັນ ບົວສີແກ້ວ​ ເຈົ້າເມືອງ​ໄຊບູລີ.​ ຄະນະ​ ອພສ​ ເມືອງ​ໄຊບູລີ,​ ມີຄະນະນໍາຂອງເມືອງ,​ ຫົວໜ້າ​ຄະນະຫ້ອງການ​ ພະນັກງານ,​ ທະຫານ,​ຕໍາຫລວດ​ ເຖົ້າແກ່ແນວໂຮມ,​ ອໍານາດການປົກຄອງບ້ານ​ໃນທົ່ວເມືອງ ພ້ອມດ້ວຍ​ ພຸດທະສາສະນິກະຊົນທັງຫລາຍ ເຂົ້າຮ່ວມ ເພື່ອສັກກະລະບູຊາ ຮູບປັ້ນ​ຈໍາ​ລອງ​ ແລະ​ ອັດທິທາດ​ຂອງເພິ່ນ​ດວ້ຍຄວາມເຫລື້ອມໃສສັດທາໃນຄຸນງາມຄວາມດີຂອງເພິ່ນ.​ ໃນພິທີດັ່ງກ່າວ​ໄດ້ມີການ​ ຖວາຍ​ ດອກໄມ້ທູບທຽນບູຊາ,​ ຫົດສົງອັດທິທາດ ແລະ​ ຮູບປັ້ນ​ ຈໍາ​ລອງ​,​ ຖວາຍຕົ້ນກາລະພຶກ,​ ສູດມົນ​ຖະຫວາຍທານ.​ ຕາງໜ້າເມືອງໄຊບູລີຖວາຍປັດໃຈລວມຈາກການບໍລິຈາກ ທັງໝົດໃນຄັ້ງນີ້ໂດຍທ່ານ ອອ່ນລໍາພັນ​ ບົວສີແກ້ວ​ ເຈົ້າເມືອງໆ​ໄຊບູລີ.