ພິທີປະກາດສ້າງຕັ້ງຕາແສງແກ້ງກະເບົາ ເມືອງໄຊບູລີ ແຂວງສະຫວັນນະເຂດ
----------------------------------------------------------------------
ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2026 ນີ້. ທີ່ສະໂມສອນ ຕາແສງແກ້ງກະເບົາ ບ້ານແກ້ງກະເບົາ ເມືອງໄຊບູລີ ແຂວງສະຫວັນນະເຂດ. ໄດ້ມີພິທີປະກາດສ້າງຕັ້ງຕາແສງ ແກ້ງກະເບົາ ຢ່າງເປັນ ທາງການ ໂດຍ ການເປັນປະທ່ານ ຂອງ ທ່ານ ທອງໃສ ໄຊຍະວົງຄໍາດີ ຄະນະປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າຄົ້ນຄວ່າ ສ້າງຕັ້ງຕາແສງ, ມີ ທ່ານ ສາລີ ວິນລາວັນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ນໍາພາ-ຊີ້ນໍາເມືອງໄຊບູລີ, ທ່ານ ຄາລາໂຊ ຫຼຸຍບົວທອງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ປະຈໍາເຂດ ເລືອກຕັ້ງເມືອງໄຊບູລີ, ທ່ານ ພູເງິນ ຈັນທະສອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ນາງຈັນສະໝອນ ອິນທິລາດ ຮອງ ເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ເປັນກຽດເຂົ້າຮ່ວມມີ, ການນໍາພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ 14 ເມືອງ 1 ນະຄອນ, ພະນັກງານລັດຖະກອນ, ປກຊ-ປກສ, ຄະນະພັກຄະ-ນະປົກຄອງບ້ານໃນທົ່ວເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແຂກທີ່ຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນບ້ານ ແກ້ງກະເບົາ ແລະ ບ້ານອ້ອມຂ້າງ ເຂົ້າຮ່ວມທັງໝົດ 800 ກວ່າຄົນ.
ທ່ານ ຄາລາໂຊຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງ ໄດມີຄໍາເຫັນກ່ອນກ່າວເປີດພິທີຢ່າງເປັນທາງການວ່າ: ການສ້າງຕັ້ງຕາແສງ ແມ່ນການບູລະນະລະບົບການເມືອງຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເປັນເຈົ້າການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. ແນໃສ່ເພື່ອນຳພາການຈັດຕັ້ງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນໃນການຄຸ້ມຄອງ-ບໍລິຫານ, ປົກປັກຮັກສາ ແລະ ສ້າງສາພັດທະນາແຕ່ລະບ້ານຕາມທ່າແຮງບົ່ມຊ້ອນຕົວຈິງ. ຫັນເອົາການບໍລິການຕ່າງໆຂອງລັດມາຮັບໃຊ້ປະຊາຊົນໃຫ້ວ່ອງໄວ ແລະ ສະດວກສະບາຍກວ່າເກົ່າ.ໂດຍສະເພາະ ກຸ່ມບ້ານແກ້ງກະເບົາ ທີ່ມີຈຸດພິເສດທີ່ຕັ້ງ ແລະ ທ່າແຮງບົ່ມຊ້ອນທີ່ເປັນທ່າແຮງຫຼາຍດ້ານ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຕາແສງແລ້ວ ຈະເຮັດໃຫ້ສາມາດໝູນໃຊ້ທ່າແຮງເຫຼົ່ານັ້ນ ມາປະກອບສ່ວນສ້າງສາພັດທະນາບັນດາບ້ານ ແລະ ສ້າງຄວາມຢູ່ດີກິນດີໃຫ້ພໍ່ແມ່ປະຊາຊົນໃຫ້ດີຂຶ້ນກວ່າ.
ທ່ານ ພູເງິນ ຈັນທະສອນ ຮອງ ເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ລາຍງານຄວາມພ້ອມໃນການສ້າງຕັ້ງຕາແສງແກ້ງກະເບົາວ່າ: ຕາແສງແກ້ງກະເບົາ ເປັນຕາແສງໜື່ງທີ່ນອນຢູ່ໃນ 4 ຕາແສງ ຂອງເມືອງ ໄຊບູລີ, ມີສໍານັກງານຕັ້ງຢູ່ບ້ານແກ້ງກະເບົາ (ຫ້ອງການປົກຄອງເມືອງຫຼັງເກົ່າ ) ຫ່າງຈາກສໍານັກງານປົກຄອງເມືອງ ໄຊບູລີ ປະມານ 48 ກິໂລແມັດຕັ້ງຢູ່ ທາງທິດຕາເວັນຕົກຂອງເມືອງ, ມີເສັ້ນທາງເລກ 09 ແລະ ເລກທີ 11 A ຜ່ານ ມີຊາຍແດນຕິດຈອດກັບບັນດາບ້ານ ແລະ ຊາຍແດນຕ່າງໆ. ມີເນື້ອທີ່ທັງໝົດປະມານ 31,876 ກິໂລຕາແມັດ, ທົ່ວຕາແສງ ແກ້ງກະເບົາປະກອບມີ 13 ບ້ານຂື້ນກັບ ຄື: ບ້ານແກ້ງກະເບົາ, ບ້ານສີວິໄລ, ບ້ານທ່າຄໍ້, ບ້ານນາສັງ, ບ້ານບົວໄຂ, ບ້ານປາກເຊບັ້ງໄຟ, ບ້ານທ່າຂາມ, ບ້ານຄຳໂນນສູງ, ບ້ານດົງພຸງ, ບ້ານໜອງສະພັງ, ບ້ານຜັກຂະຍ່າ, ບ້ານນາເທິງ ແລະ ບ້ານສະຫວ່າງ. ມີພົນລະເມືອງທັງໝົດ 18,457 ຄົນ, ຍິງ 9,384 ຄົນ, ມີ 3,477ຄອບຄົວ, ມີ 3,530 ຫລັງຄາເຮືອນ, ມີ 196 ໜ່ວຍ, ພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ 18,100 ຄົນ, ຍິງ 9,200 ຄົນ, ກວມເອົາ 98.06%. ເຜົ່າຜູ້ໄທ 357 ຄົນ,ຍິງ 184 ຄົນ, ກວມເອົາ 1.9%, ອາຊີບສ່ວນໃຫຍ່ ແມ່ນຊາວກະສິກອນ: ເຮັດສວນ, ປູກຝັ່ງ ແລະ ລ້ຽງສັດ ກວມເອົາ 95%.
ຕາແສງແກ້ງກະເບົາ ປະກອບມີ ພະນັກງານທັງໝົດ 13 ທ່ານ, ຍິງ 1 ທ່ານ, ໃນນີ້: ພະນັກງານ-ລັດຖະກອນ 6 ທ່ານ, ຍິງ 1 ທ່ານ; ທະຫານ 1 ທ່ານ, ຕໍຳຫຼວດ 1 ທ່ານ. ປະກອບມີ 14 ໜ່ວຍພັກຂື້ນກັບ, ມີສະມາຊິກພັກທັງໝົດ 438 ສະຫາຍ, ຍິງ 134 ສະຫາຍ, ສະມາຊິກພັກສົມບູນ 415 ສະຫາຍ, ຍິງ 129 ສະຫາຍ, ສະມາຊິກພັກສຳຮອງ 23 ສະຫາຍ, ຍິງ 5 ສະຫາຍ, ພະນັກງານບຳນານ 93 ສະຫາຍ, ຍິງ 7 ສະຫາຍ, ໄດ້ຈັດປະເພດສະມາຊິກພັກປະເພດແຂງ 322 ສະຫາຍ, ຍິງ 122 ສະຫາຍ ກວມເອົາ 100% ຂອງສະມາຊິກທັງໝົດ.
ໃນພິທີ ທ່ານ ນາງຈັນສະໝອນ ອິນທິລາດ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານ ມະຕິຕົກລົງຂອງຄະນະປະຈໍາພັກເມືອງວ່າດ້ວຍການ ຍຸບເລີກຄະນະພັກຮາກຖານ ກຸ່ມບ້ານແກ້ງກະເບົາ, ມະຕິຕົກລົງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງຕັ້ງ ອົງຄະນະພັກຮາກຖານ ຕາແສງແກ້ງກະເບົາ, ຜ່ານຂໍ້ຕົກລົງຂອງຄະປະກໍາມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ແກ້ງກະເບົາ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານແກ້ງກະເບົາ ແລະ ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານຄະນະກໍາມະການປົກຄອງຕາແສງແກ້ງກະເບົາ. ຄະນະກໍາມະການປົກຄອງເມືອງ ໄຊບູລີ ຕົກລົງ ແຕ່ງຕັ້ງ ທ່ານ ສອນ ລະສິນ ຄົມທິລາດ ກໍາມະການພັກເມືອງ ເປັນປະທານຄະນະກໍາມະການປົກຄອງຕາແສງແກ້ງກະເບົາ, ທ່ານ ວົງພະຈັນ ຊາມຸນຕີ ເປັນຮອງປະທານກໍາມະການປົກຄອງຕາແສງ, ທ່ານ ວັນນະສິນ ອິນທາ ນຸວົງ ເປັນຮອງປະທານກໍາມະການປົກຄອງຕາແສງ. ຄະນະປະຈໍາພັກເມືອງ ຕົກລົງແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານຕາແສງແກ້ງກະເບົາ ເຊິ່ງປະກອບມີ 5 ສະຫາຍຄື: ແຕ່ງຕັ້ງສະຫາຍ ສອນລະສິນ ຄົມທິລາດ ເປັນເລຂາຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ວົງພະຈັນ ຊາມຸນຕີ ເປັນຮອງເລຂາຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ວັນນະສິນ ອິນທາ ນຸວົງ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ. ສະຫາຍ ນາງ ຈັນຖະໜອມ ອັກຄະພົງ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ ແລະ ສະຫາຍ ພັຕ ດາວພະຈັນ ພະຊົນນະບານ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງແກ້ງກະເບົາ. ເປັນກຽດມອບ ມະຕິຕົກລົງ ແລະ ຂໍ້ລົງໃນຄັ້ງນີ້ ໂດຍ ຄະນະປະທານ ແລະ ກ່າວຮັບໂດຍ ຄະນະພັກຮາກຖານຕາແສງແກ້ງກະເບົາ.
ໂອກາດດຽວກັນນີ້ ທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກໍາມະການ ປົກຄອງແຂວງ ກໍ່ໄດ້ຕາງໜ້າການນໍາແຂວງ ມອບງົບປະມານ ແລະ ອຸປະກອນຮັບໃຊ້ຈໍານວນໜື່ງໃຫ້ກັບຕາແສງແກ້ງກະເບົາລວທັງໝົດ 91 ລ້ານກີບ ຕ່າງໜ້າກ່າວ ຮັບໂດຍ ທ່ານ ສອນ ລໍະສິນຄົມທິລາດ ປະທານຄະນະກໍາມະການປົກຄອງຕາແສງແກ້ງກະເບົາ.
ໃນຕອນ ທ່າຍ ຂອງພິທີ ຍັງໄດ້ຮັບຟັງການມີຄໍາເຫັນຈາກ ທ່ານ ທອງໃສ ໄຊຍະວົງຄໍາດີ ກ່ຽວກັບພາລະບົດບາດ ສິດ ແລະ ທີ່ຂອງຂອງຄະນະກໍາມະການປົກຄອງຕາແສງ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານຕາແສງໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ. ຈາກນັ້ນ ຄະນະປະທານ ພ້ອມດ້ວຍທຸກພາກສ່ວນທີ່ເຂົ້າຮ່ວມ ກໍ່ໄດ້ ພ້ອມກັນ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນ ແລະ ສະແດງເຖິງ ຜົນສໍາເລັດໃນການເປີດຕາແສງແກ້ງກະເບົາຢ່າງເປັນທາງການ.
ພາຍຫລັງສໍາເລັດການປະກາດສ້າງຕັ້ງຕາແແກ້ງກະເບົາເປັນທີ່ຮຽບຮ້ອຍແລ້ວ ການນໍາຂັ້ນແຂວງ,ຂັ້ນເມືອງກໍ່ໄດ້ ສືບຕໍ່ປູກຕົ້ນໄມ້ທີ່ເດີນຫ້ອງການຕາແສງແກ້ງກະເບົາ ແລະ ປ່ອຍແນວພັນປາປາກ, ປານິນ ຈໍານວນ 15 ພັນໂຕ ໃນມູນຄ່າ2ລ້ານກີບ ລົງສູ່ໜອງສະລວມຂອງບ້ານໜອງສະພັງ ໂດຍໄດ້ມາຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປັນຜູ້ສະໜັບສະໜູນໃຫ້ບ້ານໜອງສະພັງ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າສັດ-ປ່າ ແຫ່ງຊາດ 13 ກໍລະກົດ 2026 ນີ້.