admitad-verification: 2d0dd20109 My Content: ພົງສາວະດານລາວ ອານາຈັກໂຄຕະບູນ ຫຼື ຟູມັນ

วันอังคารที่ 16 มิถุนายน พ.ศ. 2569

ພົງສາວະດານລາວ ອານາຈັກໂຄຕະບູນ ຫຼື ຟູມັນ

ພົງສາວະດານລາວ
ອານາຈັກໂຄຕະບູນ ຫຼື ຟູມັນ

ຄ ຳວ່າ ໂຄຕະບູນ ພ້ຽນມາຈາກຄ ຳວ່າ ໂຄຕະປູຣະ ອັນເປັນພາສາສັນສະກຣິດແປວ່າ ເມືອງຕາເວັນອອກ ຄືອານາຈັກນີ້ ຕັ້ງຢູ່ທາງຕາເວັນອອກຂອງອານາຈັກທວາຣາວະດີ ມີເນື້ອທີ່ແຕ່ເມືອງນະຄອນຣາຊສີມາເປັນຕົ້ນມາ ກວມເອົາພາກອີສານ ແລະ ປະເທດລາວ ນັບແຕ່ແຂວງວຽງຈັນລົງໄປ ຈົນເຖິງນະຄອນຈ ຳປາສັກ


    ອານາຈັກໂຄຕະບູນ ຫຼື ສີໂຄດຕະບອງນີ້ ແຮກມີອ ຳນາດຂຶ້ນ ແຕ່ສັຕວັດທີ 1 ກ່ອນ ຄ.ສ. ຈົນເຖິງສັຕວັດທີ 6 ແລະ ປາຍສັຕວັດທີ 7 ແຫ່ງ ຄ.ສ. ສູນກາງອ ຳນາດຂອງອານາຈັກນີ້ ຕັ້ງຢູ່ທົ່ງພຽງແມ່ນ ຳຂອງຕອນກາງຂອງປະເທດລາວ ຄື ບໍລິເວນເມືອງທ່າແຂກ. ເມືອງ ຫຼວງຂອງອານາຈັກນີ້ ຕາມຕ ຳນານພຣະທາດພະນົມ ຫຼື ອຸຣັງຄະນິທານວ່າ ຕັ້ງຢູ່ແຄມ ເຊບັ້ງໄຟ ເລິກເຂົ້າໄປປະມານ ສິບຫ້າກິໂລແມັດ (ປັດຈຸບັນເປັນປ່າຕົບ) ກະສັດຜູ່ຄອງ ນະຄອນນີ້ຊື່ ພຣະຍາສຸຣິຍະວົງສາ ສິດທິເດດ ເປັນຄົນເຊື້ອຊາດຂອມ.

ຄ ຳວ່າ ຟູນັນ ເປັນຄ ຳດຽວກັນກັບຄ ຳ ພະນົມ ພະນອມ ພະນອງ ໃນພາສາຂອມ ຫຼື ຂເມນ ບູຮານ ເຊິ່ງແປວ່າ ພູດອຍ ແຕ່ຈີນອອກສຽງ ພະນົມ ເປັນຟູນັນ ໂພໜ້າ ຫຼື ເປາະໜາມ ໄປ. ໃນຈົດໝາຍເຫດຈີນ ປາງຣາຊວົງຫຼຽງ ກ່າວເຖິງທີ່ຕັ້ງສູນກາງ ຫຼື ນະຄອນຫຼວງຂອງ ອານາຈັກຟູນັ້ນ ວ່າ

“ເມືອງຟູນັນມີແມ່ນ ຳໃຫຍ່ ໄຫຼມາແຕ່ທາງຕາເວັນຕົກ ຜ່າກາງ” ດັ່ງນີ້.ຕາມລັກສະນະພູມປະເທດທີ່ກ່າວນີ້ ຈິ່ງເຂົ້າໃຈວ່າແມ່ນ ແມ່ນ ຳຂອງຕອນຕັ້ງແຕ່ ວຽງຈັນ ລົງໄປຫາເມືອງທ່າແຂກ ຫຼື ນະຄອນພະນົມ ແລະອ້ອມແອ້ມເມືອງທ່າແຂກກໍມີ ແຕ່ພູດອຍທີ່ສູງຊັນ ສລັບສັບຊ້ອນຫຼາຍ, ດັ່ງນັ້ນ ເມືອງຟູນັນ ຫຼື ອານາຈັກຟູນັນ ທີ່ຈີນ ກ່າວເຖິງນີ້ ຈຶ່ງເຂົ້າໃຈວ່າແມ່ນ ພະນົມ ອັນເປັນບໍລິເວນຂອງອານາຈັກໂຄຕບູນ ຫຼື ສີໂຄຕບູນ ທີ່ກ່າວແລ້ວ

# ຊື່ວ່າ ທ່າແຂກ” ນີ້ຈະໃຊ້ຮຽກມາແຕ່ສມັຍໃດບໍ່ຮູ້ ແລະ ເຫດໃດຈຶ່ງຮຽກ “ທ່າແຂກ” ແຕ່ມີທາງພໍຈະ ສັນນິຖານ ໄດ້ດັ່ງນີ້

ກ. ໝາຍຄວາມວ່າ ເປັນເມືອງທ່າຂອງພວກແຂກ ຄື ພວກຂອມ ຫຼື ພາມຜູ້ເປັນເຈົ້າຂອງເດີມ ຫຼື
ຂ. ໝາຍຄວາມວ່າເປັນເມືອງທ່າຂອງແຂກຕ່າງປະເທດທີ່ມາຄ້າຂາຍເພາະເລື່ອງນີ້ ມີຜາກົດຢູ່ໃນບັນທຶກ ຂອງທ່ານວັນວຸສທ້ອຟ ເມື່ອ ຄ.ສ. 1641 ເວລາທ່ານໄດ້ມາພັກຢູ່ທາແຂກ (ເວລານັ້ນຮຽກເມືອງ ນະຄອນ) ທານກ່າວວ່າ “ເມືອງນະຄອນນີ້ເປັນເມືອງຂອງມະນຸດໃນໂລກເຊິ່ງຕົກຢູ່ໃນສະພາບບູຮານ ທີ່ຕລາດທອງຄ ຳມີຄ ຳມາກຫຼາຍ ແລະລາຄາກໍຖືກດ້ວຍ” ທ່ານກາວອີກວ່າ “ມີທາງເສັ້ນນຶ່ງຈາກຝັງ ແມ່ນ້ ຳຂອງ ໄປຫາປະເທດອານາມ ເຊິ່ງມີລະຍະເດີນ 22 ວັນ ຄົງຈະແມ່ນຖນົນເຊິ່ງພວກຈີນ ໄດ້ຂຽນ ບອກໄວ້ວ່າ ໃນສັຕວັດທີ 7 ມີທາງເສັ້ນນຶ່ງຈາກເມືອງວິນ ມາຫາຣາຊອານາຈັກວັນຕັນ (ວຽງຈັນ) ເຊິ່ງ ຢູ່ຕິດກັບຊາຍແດນປະເທດກ ຳປູເຈັຽດຽວນີ້ ທ່ານວັນວຸສທ້ອຟ ໄດ້ກ່າວອີກວ່າ “ພໍ່ຄ້າແກວເໜືອມາຂາຍໄໝໃຫ້ຣາສດອນລາວ ປີລະ 3 ເທື່ອ ແລ້ວຊີ້ເອົາແຜ່ນແພ, ເຂົາກວາງ ແລະ ນໍແຮດ ຄືນເມືອປະເທດຂອງເຂົາ ເພາະສິ່ງເຫຼົ່ານີ້ ເປັນຢາສ ຳລັບຊາວແກວເໜືອ ແລະ ຈີນ” ດັ່ງນີ້ ດັ່ງນັ້ນຄ ຳວ່າ ເມືອງທ່າແຂກ ຄົງເປັນເມືອງທ່າຄ້າຂາຍຂອງຊາວຫວຽດນາມກໍເປັນໄດ້ ຈົດໝາຍເຫດຈີນ ທີ່ກ່າວນັ້ນ ບອກວ່າ ກະສັດອົງເປັນຕົ້ນວົງຂອງເມືອງພູນັນ ຫຼື ອານາຈັກຟູນັ້ນນັ້ນ ເປັນຄົນອິນເດັຽ ມາຈາກ ປະເທດອິນເດັຽ ຕາມເລື່ອງກ່າວວ່າ ຜູ້ປົກຄອງປະເທດຟູນັນສມັຍນ ັ້ນ ເປັນຜູ້ຍິງຊື່ວ່າ ນາງຫົວຍີ່ ມີ ຊາຍຄົນນຶ່ງຊື່ ຮ່ວນເຈ້ງ ມາຈາກເມືອງໂຣຟູ (ຄືອິນເດັຽ) ເຂົາຖືສາສນາພຣາມ ເຂົາຝັນວ່າ ເທບພຣະເຈົ້າ ໄດ້ມອບທະນູໃຫ້ເຂົາໆຈຶ່ງມາໄດ້ນາງຫຼືວຍີ່ເປັນເມັຽ ແລ້ວໄດ້ເປັນເຈົ້າເມືອງພູນັນຕໍ່ມາ ໃນບ່ອນອື່ນ ກ່າວວ່າ ພຣາມຕົ້ນທີ່ມາຈາກອິນເດັຽນັ້ນ ຊື່ວ່າ ໂກນທັນຍະ ຫຼື ເກົາທິນ ຕາມພາສາສັນສະກຣິດ ໂກນທັນຍະພຣາມຜູ້ນີ້ເອງ ໄດ້ນ ຳເອົາລັດທີ່ສາສນາພຣາມ ເຂົ້າມາເຜີຍແຜ່ໃນຂົງເຂດປະເທດນີ້ ແລະ ໄດ້ເປັນຕົ້ນວົງກະສັດຂອມຕໍ່ມາ ແຮກແຕ່ໃນລະຫວ່າງ ພ.ສ 600. ສລູບຄວາມແລ້ວ ກໍແມ່ນວ່າ ອານາຈັກໂຄຕບູນ ຫຼື ສີໂຄຕບອງນີ້ ຕັ້ງຂຶ້ນໂດຍຊາວອິນເດັຽທີ່ຮຽກກັນວ່າ ພວກຂອມ ແຕ່ກ່ອນ ຄ ສ ຫຼາຍສັຕວັດມາແລ້ວ

#ໂຄຕະບູນປ່ຽນມາເປັນ ໂຄຕບອງ-ສີໂຄຕບອງ, ໃນສມັຍພຣະເຈົ້າຟ້າງຸ່ມ ຮຽກເມືອງກະບອງ, ເມືອງນີ້ ເດີມຢູ່ໃຕ້ປາກນ ຳເຊບັ້ງໄຟ ພາຍລຸນມາໄດ້ຍ້າຍມາຕັ້ງຢູ່ທາງຕາເວັນຕົກຂອງທາດພະນົມ ຮຽກເມືອງ ມະຣຸກຂະນະຄອນ, ຕໍ່ມາເມືອງມະຣຸກຂະນະຄອນນັ້ນຮ້າງ ເຈົ້າສີໂຄດ ໂອຣົດຂອງເຈົ້າຣາມບັນດິດ ຈຶ່ງມາຕັ້ງຂຶ້ນໃໝ່ທາງຝັ່ງຊ້າຍ ຄື ບໍລິເວນເມືອງເກົ່າທ່າແຂກທຸກວັນນີ້ ໃນປີ ຄ.ສ 1614 ເຈົ້າຜູ່ຄອງ ນະຄອນນີ້ ຊື່ວ່າ ພຣະເຈົ້ານະຄອນຫຼວງພິຊິດທ໌ສທິດຣາຊທານີ ຈຶ່ງປ່ຽນນາມເມືອງທີ່ເຄີຍຮຽກວ່າ ມະຣຸກຂະນະຄອນ ເປັນເມືອງສີໂຄຕບູນ ຕາມນາມເດີມ, ແຕ່ໃນສມັຍພຣະເຈົ້າສຸຣິຍະວົງສາ (ຄ.ສ. 1641) ຄົນທັງຫຼາຍຮຽກວ່າ ເມືອງລະຄອນ (ນະຄອນ) ດັ່ງແຈ້ງຢູ່ໃນບັນທຶກຂອງ ທ່ານວັນວຸສທ້ອຟ (Wan Wustoff)

ไม่มีความคิดเห็น:

แสดงความคิดเห็น