ກຳເນີດຊາດລາວ
ພົງສາວະດານລາວ
ນັກປຣາດທາງວິຊາປວັດສາດທັງຫຼາຍ ໄດ້ລົງຄວາມເຫັນວ່າ ໃນພິພົບນີ້ ມີມະນຸດ ເກີດຂຶ້ນ ເປັນເວລາປະມານແສນປີປາຍມາແລ້ວ ແລະ ຄາດຄະເນວ່າ ດິນແດນອັນເປັນ ບ່ອນເກີດຂອງມະນຸດຕັ້ງເດີມນັ້ນ ຢູ່ໃນກາງຊຸມພູທະວີບແຖວພູເຂົາອັລໄຕ ອັນເປັນດິນແດນ ພາກໃຕ້ຂອງມົງໂກລີ ດຽວນີ້
ມະນຸດທີ່ເກີດຈາກໃນກາງຊຸມພູທະວີບນີ້ ມີຫຼາຍພວກ ແຕ່ພວກໃຫຍ່ໆ ທີ່ຕັ້ງ ຫຼັກຖານຫາກິນ ຢູ່ໃນດ້ານອາຊີນີ້ ມີ 4 ພວກ ຄື
1. ພວກຈີນ: ຫາກິນດ້ວຍການລ້ຽງສັດ ຢູ່ເລາະລຽບທະເລສາບແຄັສປຽນ ທາງທິດອາຄະເນ (ພາກຕາເວັນອອກກ ຳໃຕ້)
2. ພວກຕາດ: ອາສັຍຢູ່ຕາມລຽບທະເລຊາຍ ຫາກິນດ້ວຍການປຸ້ນ ໃຊ້ມ້າ ເປັນພາຫະນະ
3. ພວກຊະນົງຢູ່ ອາສັຍຢູ່ໃນດິນແດນອັນເປັນປະເທດເກົາຫຼີ ຕລອດມາເຖິງ ມົງໂກລ ຫາກິນດ້ວຍການປຸ້ນເໝືອນກັນ
4 ພວກອ້າຍລາວ: ຕັ້ງຫຼັກຖານຢູ່ດິນແດນລະຫວ່າງແມ່ນຮວງໂຫ ກັບ ແມ່ນ ຳ ຍັງຈື້ (ແຍງຊີກຽງ) ອັນເປັນອານາຈັກຂອງຈີນດຽວນີ້ ພວກອ້າຍລາວ ທ ຳມາ ຫາກິນດ້ວຍການກະສິກັມ
ຄົນຊາດລາວ ໄດ້ມາຕັ້ງຫຼັກຖານຢູ່ເລາະລຽບແມ່ນ ຳຮວງໂຫນີ້ ແຕ່ລະຫວ່າງກ່ອນ ພຸທສັກຣາດ 2 500 ປີມາແລ້ວ
ກຳເນີດຄໍາວ່າລາວ
ດັ່ງນີ້ ກ ຳເນີດຄ ຳວ່າ “ລາວ” ຫຼື ຄົນຊາດລາວເຮົາ ທີ່ເອີ້ນວ່າ “ລາວ” ນັ້ນ ມີກ່າວໄວ້ຕ່າງກັນ
ກ. ໃນພົງສາວະດານຊາດໄທ ຂອງຫຼວງວິຈິດວາທະການ ກ່າວໄວ້ວ່າ ລາວ ມາ ຈາກຄໍາວ່າ ລ້ວະ ຫຼື ລະວ່າ ເຊິ່ງເປັນຊື່ຂອງຄົນຊາດນຶ່ງ ທີ່ຕັ້ງຫຼັກຖານຢູ່ໃນດິນແດນສ່ວນນີ້ ມາກ່ອນ, ເມື່ອພວກໄທ ອົພຍົບລົງມາຢູ່ປົນກັບຄົນພວກນີ້ ພວກໄທນັ້ນຈຶ່ງເອີ້ນວ່າ ລາວ
ຂ. ໃນໜັງສືນິທານຂຸນບູຣົມຣາຊາທິຣາດ ກ່າວໄວ້ວ່າ ຄົນຊາດລາວເຮົານີ້ເກີດ ມາຈາກນ ຳເຕົ້າໃຫຍ່ສອງໜ່ວຍ ໝາກນ ຳເຕົ້ານັ້ນ ຄ ຳບາລີວ່າ “ລາວ” ດັ່ງນັ້ນ ຄົນລາວ ເຮົາຈຶ່ງມີນາມວ່າ ລາວ ຕາມຊື່ຂອງໝາກນ ຳເຕົ້າ
ຄ. ໃນຕ ຳນານເລື່ອງຊາດໄທ ຂອງພຣະຍາອະນຸມານຣາຊທົນ ກ່າວໄວ້ວ່າ ກ່ອນ ຈະໄດ້ຊື່ວ່າ ລາວ ມີເລື່ອງກ່າວໄວ້ ດັ່ງນີ້
ແຕ່ກ່ອນ ຄົນພວກນຶ່ງຕັ້ງຖິ່ນຖານຢູ່ເລາະນ ຳຂອງ ຂ້າງພູເຂົາອັນເປັນເຂດແຂວງ ເມືອງເສສວນຂອງຈີນທຸກວັນນີ້ ໃນຄົນພວກນັ້ນ ມີຍິງຄົນນຶ່ງ ມີລູກຊາຍ 9 ຄົນ. ເວລານາງຈະມີລູກຄົນທີ່ 9 ນັ້ນ ນາງໄດ້ໄປສອນປາ ຕາມລຽບແມ່ນ ຳຂອງ ແລະ ໃນ ຂະນະນັ້ນ ຜາກົດວ່າມີຂອນໄມ້ເປັນເກັດຊາໆ ມາພາດຂາ, ແຕ່ນັ້ນມາ ນາງກໍມີລູກຄົນທີ 9. ເມື່ອກຸມມານຜູ່ເກີດລຸນໃຫຍ່ພໍແລ່ນຫັນ ແມ່ກໍພາໄປຫາປາໃນແມ່ນ ໍ້າຂອງອີກ, ເວລາ ນັ້ນ ມີນາກຕົວນຶ່ງມາຮ້ອງຖາມນາງວ່າ “ລູກເຮົາຢູ່ໃສ?” ນາງມີຄວາມຕົກໃຈ ຈິ່ງຮ້ອງ ຂຶ້ນໄດ້ຄ ຳດຽວວ່າ “ເກົາຫຼົງ” ແລ້ວກໍແລ່ນໜີໄປພ້ອມກັບພວກລູກຜູ່ໃຫຍ່, ສ່ວນລູກ ຜູ່ນ້ອຍໜີບໍ່ທັນ ນາກຈິ່ງລົງມາແລບລີ້ນເລັຽຫຼັງ ຕໍ່ມາ ເມື່ອຊາຍທັງເກົ້ານັ້ນໃຫຍ່ມາ ມີ ຄອບຄົວ ກຸມມານຄົນທີ 9 ເປັນຄົນມີປັນຍາສລາດກວ່າໝູ່ ຄົນທັງຫຼາຍຈົ່ງພ້ອມກັນຍົກໃຫ້ ເປັນຫົວໜ້າປົກຄອງໝູ່ສືບເຊື້ອສາຍຕໍ່ມາ ຊາຍທັງ 9 ຄົນນັ້ນ ໄດ້ເປັນກົກເຄົ້າຂອງຊາດລາວ ຈິ່ງເອີ້ນວ່າ ພວກອ້າຍລາວ.
ໃນພົງສາວະດານຈີນ ຮຽກພວກອ້າຍນ້ອງທັງ 9 ນີ້ວ່າ ພວກລີ ແລະ ຮຽກປະເທດ ຂອງພວກລີ ນີ້ວ່າ ປະເທດຈົກ. ໃນລະຫວ່າງກ່ອນພຸທສັກຣາດນ ັ້ນ ພວກລີທັງ 9 ເມືອງ ເຊິ່ງເປັນອ້າຍນ້ອງກັນນັ້ນ ໄດ້ທ ຳສົງຄາມກັບຈີນເປັນການໃຫຍ່ ດັ່ງນັ້ນ ຄ ຳວ່າ ຫຼົງ ກັບ ລີ ຄົງແມ່ນຄາດຽວກັນ. ຕໍ່ມາ ສຽງເລີຍ ພ້ຽນເປັນ ລຸງ ແລ້ວພ້ຽນເປັນ ລວງ ຕໍ່ໆ ມາເລີຍເປັນ ລາວ. ຄ ຳທີ່ຈີນເວົ້າວ່າ ເກົາຫຼົງ ຫຼື ກິວລຸງ ນັ້ນ ກໍໝາຍຄວາມວ່າ ລາວທັງ 9 ຫຼື ນາກທັງ 9 ນັ້ນເອງ
ງ. ມີນັກປຣາດລາງທ່ານ ເຫັນວ່າ ຄ ຳວ່າ ລາວ ແມ່ນຄ ຳດຽວກັບຄ ຳວ່າ ດາວ ເນື່ອງມາຈາກ ພວກລາວຢູ່ບ່ອນສູງ ແລະ ມີຄວາມຈະເຣີນມາກ່ອນຈີນ ຈຶ່ງເປັນພວກ ດາວ ຫຼື ທຽນ, ແຖນ, ໄທ, ໄທ້ ຊຶ່ງໝາຍຄວາມວ່າ ຟ້າ ດັ່ງດຽວກັນ ດັ່ງນັ້ນ ລາວ ກໍຕ້ອງແປວ່າ “ຟ້າ” ໄດ້ ເພາະສຽງຕົວ ດ ກັບເປັນ ລ. ພວກເຮົາຈິ່ງມີລັດທິຖືຜີຟ້າມາແຕ່ເດີມ
ເຫດຜົນໃນຂໍ້ ຄ. ແລະ ງ. ນີ້ ມີຫຼັກຖານພໍເຊື່ອຖືໄດ້ ຄື:
1. ໃນຕ ຳນານ ພົງສາວະດານຈີນ ໄດ້ກ່າວໄວ້ວ່າ ຖິ່ນຖານດັ່ງເດີມຂອງຊາດລາວນີ້ ຕັ້ງຢູ່ບໍລິເວນພູອ້າຍລາວ ທີ່ຕັ້ງຢູ່ໃນເຂດເມືອງເສສວນຂອງຈີນທຸກວັນນີ້ ແລະ ແມ່ນ ຳ ຂອງ ບ່ອນພວກອ້າຍລາວຢູ່ນັ້ນ ຮຽກວ່າ “ເກົາຫຼົງ” ເຊິ່ງຕໍ່ມາຈີນປ່ຽນໄປວ່າ ກີວລຸງກຽງ
ພົງສາວະດານລາວ ແຕ່ບູຮານເຖິງ 1946
ແປວ່າ ແມ່ນນາກທັງ 9 ໝາຍຄວາມວ່າ ເປັນຖິ່ນຖານຂອງຊາຍທັງ 9 ເຊິ່ງເປັນຕົ້ນເດີມ ຂອງຊາດລາວ ແລະ ກ່າວໄວ້ອີກວ່າ ເນື່ອງຈາກຄົນຊາດລາວ ມີ ສະກຸນສືບມາຈາກນາກ ພວກອ້າຍລາວຈຶ່ງນິຍົມນັບຖືນາກ ມັກສັກຮູບນາກໃສ່ແຂນ (ຈີນທາງເມືອງເສສວນ ນິຍົມ ສັກຮູບມັງກອນກ້ຽວແຂນ ເນື່ອງຈາກຂໍ້ນີ້ເອງ)
2. ເມື່ອພວກຊາວລາວ ອົພຍົບລົງມາຢູ່ທາງເມືອງແຖນ ໃນສມັຍຂຸນລໍ ຈີນ ກໍເອີ້ນເມືອງແຖນ ໃນສມັຍນັ້ນວ່າ ເກົາຫຼົງ ແລະ ເອີ້ນແມ່ນ ຳຂອງ ບ່ອນຊື່ເມືອງຊຽງຮຸ່ງວ່າ ກົວລຸງກຽງ ຕາມນາມເດີມ
3. ໃນໜັງສືເຣື່ອງ ທ້າວຮຸ່ງທ້າວເຈືອງ ກໍເອີ້ນເມືອງຂອງຂຸນລໍວ່າ ເມືອງກາຫຼົງ (ມາຈາກ ເກົາຫຼົງ ນັ້ນເອງ) ດັ່ງກ່າວໄວ້ໃນຕອນຂຸນລໍຈະລົງມາຕີເອົາ ເມືອງປະກັນ (ຊຽງຂວາງ) ວ່າ
ພຣະບາດທ້າວ ລ້ານໂລກແຖນລໍ
ທັນຢາກິນກາສົ່ງ ຢູ່ກະເສີມຍູສ້າງ
ທຸກໄທພ້ອມ ຂຸນແຖນເລີຍກ່າວ
ວອນພຣະນໍາວ ລົງພ້ອມໄພ່ພົນ
ທັນຢາກິນກາສົ່ງ ຢູ່ກະເສີມຍູສ້າງ
ທຸກໄທພ້ອມ ຂຸນແຖນເລີຍກ່າວ
ວອນພຣະນໍາວ ລົງພ້ອມໄພ່ພົນ
4. ໃນໜັງສືເຣື່ອງຂຸນທຶງກ່າວໄວ້ວ່າ ທ້າວຂຸນເທືອງ ໄປໄດ້ກັບນາງເອກໄຄ້ ລູກ ສາວພຣະຍານາກ ຢູ່ໜອງກະແສແສນຍ່ານ ແລ້ວໄດ້ລູກອອກມາ ຊື່ທ້າວຂຸນທຶງ ຂຸນທຶງ ຈຶ່ງໄດ້ມາສ້າງເມືອງຊຽງໃໝ່ຂຶ້ນ. ເຣື່ອງນີ້ສັນນິຖານໄດ້ວ່າ ພວກຂຸນເທືອງ ຂຸນທຶງ ເປັນ ພວກຂອມ ຊຶ່ງສືບເຊື້ອສາຍມາຈາກ ນາງຈາມະເທວີ ທີ່ໄດ້ຂຶ້ນຄອງເມືອງ ຫະຣີພູນໄຊ (ລ ຳພູນ) ແຕ່ລະຫວ່າງ ພ.ສ. 1008, ສມັຍນັ້ນ ລາວເຮົາລົງມາຢູ່ອານາຈັກໜອງແສແລ້ວ, ພວກຂອມກັບລາວ ຈິ່ງໄດ້ໄປມາຫາສູ່ກັນຕໍ່ໆມາ ຫຼາຍເຊັ່ນຄົນ ຈົນຂຸນເທືອງມາໄດ້ກັບ ນາງເອກໄຄ້ ນາງເອກໄຄ້ນັ້ນແມ່ນລູກກະສັດເມືອງໜອງແສ, ລາວໜອງແສ ສົບເຊື້ອສາຍ ມາຈາກຫຼົງ, ລີ, ລຸງ, ລວງ ດັ່ງນັ້ນ ຈິ່ງຮຽກວ່າ ນາງລວງ ແລະ ຄ ຳວ່າ ລວງ ນີ້ ໝາຍຄວາມວ່າ ນາກ (ລວງ ແມ່ນ ຄ ຳລາວ, ນາກ ແມ່ນຄ ຳ ບາລີ) ດັ່ງກ່າວໄວ້ໃນໜັງສື ສິນໄຊຕອນນຶ່ງວ່າ.
* ເປັນດັ່ງສາຄອນບ້າ ເທືອງໜ່າຍໜ້າ
ນາງລວງລືມເພດ ແໜງຊ ຳສັ່ງໜີ"
ແລະ ໃນໜັງສືເວດສັນຕຣະ ວ່າ
"ແປ້ນອັດໜ້າ ດວງປີພີ່
ພີ່ຈັກແຕ້ມລາຍລວງ ຈັກໃສ່ຊໍ່ຟ້າ” ເປັນຕົ້ນ.
ສະນັ້ນ ຄ ຳວ່າ ລາວ ຈິ່ງອາດແປງມາຈາກຄ ຳວ່າ ລວງ, ລຸງ, ລີ, ຫຼົງ ດັ່ງກ່າວແລ້ວ.
5. ຊື່ນະຄອນຫຼວງຂອງຊາດລາວ ໃນສມັຍຂອງພວກອ້າຍລາວກໍເອີ້ນ ນະຄອນລຸງ ຫຼື ເມືອງລຸງ ເຊິ່ງຢູ່ທາງທິດເໜືອຕອນກົກຂອງແມ່ນຮວງໂຫ
6. ເນື່ອງຈາກຄົນຊາດລາວ ສືບຕະກຸນມາຈາກ ລວງ, ລຸງ, ຫຼົງ ດັ່ງນັ້ນ ຄົນ ຊາດລາວຈຶ່ງນິຍົມນັບຖືນາກ ໃຊ້ຮູບນາກເປັນຕຣາປະຈ ຳຊາດສືບມາຈົນເຖິງທຸກວັນນີ້
ຄວາມໝາຍຂອງຄໍາວ່າ “ລາວ”
ຄວາມໝາຍຂອງຄ ຳວ່າ ລາວ ນີ້ ມີຜູ່ສັນນິຖານໄວ້ຕ່າງກັນ ດັ່ງນີ້:
1. ທ່ານສາສຕຣາຈາຣ ຄຣິຟຕັນ ດອດດ໌- Clifton Dodd (ຄົນອະເມຣິກັນ) ກ່າວໄວ້ວ່າ ລາວ ແປວ່າ ໃຫຍ່ ຫຼື ຄົນໃຫຍ່ ໝາຍຄວາມວ່າ ຊາດລາວເປັນຊາດໃຫຍ່ ມີຄົນຫຼາຍ ແລະ ມີຄວາມຈເຣີນ ຫຼື ເປັນຊາດມີອາຣະຍະທັມສູງໃນສມັຍບູຮານ.
2. ທ່ານເຈົ້າພຣະຄຸນທັມມະທິຣະຣາຊມະຫາມຸນີ (ທີຣ໌) ກ່າວໄວ້ໃນໜັງສືພິມ ລາຍເດືອນໂຍນົກວ່າ ລາວ ອາດພ້ຽນມາຈາກຄ ຳວ່າ ດາວ ຊຶ່ງໝາຍຄວາມວ່າ ຟ້າ ຫຼື ສູງສຸດ ເພາະພວກລາວເຮົາມີຖິ່ນຖານບ້ານເດີມຢູ່ບ່ອນຮາບສູງໃນປະເທດຈີນ ແລະ ຖີ່ຕົວວ່າ ເປັນພວກຈເຣີນ ສືບເຊື້ອສາຍມາຈາກແຖນ ຄ ຳວ່າ ແຖນ, ທຽນ, ໄທ, ໄທ້ ໝາຍຄວາມວ່າ ຟ້າ ດັ່ງດຽວກັນ
3. ຂ້າພະເຈົ້າເຫັນວ່າ ຄ ຳວ່າ ລາວ ພ້ຽນມາຈາກຄ ຳ ຫຼົງ, ລີ, ລຸງ, ລວງ ແລະ ຄ ຳວ່າ ລວງ ພ້ຽນມາເປັນຫຼວງກໍໄດ້. ດັ່ງນັ້ນ ລາວຈິ່ງໝາຍຄວາມວ່າ ໃຫຍ່ ຫຼື ຈເຣີນ ດັ່ງດຽວກັນ ຢ່າງໃດກໍຕາມ ຄົນຊາດລາວເຮົານີ້ ໄດ້ມີກ ຳເນີດມາແລ້ວໃນໂລກພ້ອມຄົນຊາດຈີນ, ນັບວ່າ ເປັນຊາດເກົ່າແກ່ທີ່ສຸດໃນໂລກຊາດນຶ່ງ ເຊິ່ງມີຄວາມຈເຣີນກວ້າງຂວາງ ບໍ່ຕ່ ຳກວ່າ ຊາດອື່ນໆ ໃນສມັຍດຽວກັນ.
#ແຫລ່ງຂໍ້ມູນ
Cr:ພົງສາວະດາຍລາວ
#ມະຫາສີລາວີຣະວົງສ໌

ไม่มีความคิดเห็น:
แสดงความคิดเห็น